ພະແນກບໍລິຫານ ແລະ ຈັດຕັ້ງພະນັກງານ ມີຫນ້າທີ່ ດັ່ງນີ້:
1.
ເປັນເສນາທິການໃຫ້ແກ່ຄະນະອໍານວຍການວິທະຍາໄລ ໃນວຽກງານການບໍລິຫານ ແລະ ຈັດຕັ້ງ
ພະນັກງານ;
2.
ສັງລວມແຜນຍຸດທະສາດ, ແຜນພັດທະນາ, ແຜນການປະຈໍາປີ, ປະຈໍາເດືອນ ແລະ ປະຈໍາອາທິດ ພາຍໃນວິທະຍາໄລ;
3.
ສ້າງ, ປັບປຸງນິຕິກໍາ
ແລະ ລະບຽບການຕ່າງໆ ກ່ຽວກັບການຄຸ້ມຄອງພາຍໃນວິທະຍາໄລ;
4.
ຕົ້ນຄວ້າ, ປັບປຸງ ແລະ
ເຜີຍແຜ່ ລະບຽບການຕ່າງໆ ໃນການບໍລິຫານ-ຄຸ້ມຄອງວຽກງານ ຂອງວິທະຍາໄລ; 5. ຄຸ້ມຄອງວຽກງານ ສາລະບັນ, ເລຂານຸການ, ຮັບແຂກ ແລະ ພິທີການອື່ນໆ;
6.
ກໍ່ສ້າງ, ສ້ອມແປງ, ຈັດສັນ, ຄຸ້ມຄອງ ແລະ ກວດກາການນໍາໃຊ້ອາຄານ, ສະຖານທີ່, ສິ່ງແວດລ້ອມ,
ວັດຖຸປະກອນ ແລະ ສາງຕ່າງໆ, ພາຫະນະ, ໄຟຟ້າ, ນໍ້າປະປາ,
ນໍ້າມັນເຊື້ອໄຟ, ຮ້ານອາຫານ, ຮ້ານຂາຍເຄື່ອງໃນເຂດຮັບຜິດຊອບຂອງວິທະຍາໄລ;
7.
ວາງແຜນງົບປະມານ ແລະ ລາຍຮັບວິຊາການ,
ຄຸ້ມຄອງ ແລະ ສະເຫນີນໍາໃຊ້,
ສະຫຼຸບລາຍຮັບ-ລາຍ ຈ່າຍ ພ້ອມທັງລາຍງານຂັ້ນເທິງ ຕາມລະບຽບການ;
8.
ປະເມີນພະນັກງານ-ລັດຖະກອນ ແລະ ຄູສອນ ປະຈໍາປີ ພາຍໃນວິທະຍາໄລ;
9.
ນໍາສະເຫນີຕໍາແຫນ່ງວິຊາການ ແລະ ນາມມະຍົດຄູ ຕາມລະບຽບການ;
10.
ສະເຫນີແຕ່ງຕັ້ງ, ປົດຕໍາແຫນ່ງ, ສັບຊ້ອນ ຫຼື ຍົກຍ້າຍ, ຮັບບໍາເນັດ-ບໍານານ, ຍ້ອງຍໍ ຫຼື ລົງວິໄນ ພະນັກ ງານ-ລັດຖະກອນ
ແລະ ລັດຖະກອນ, ພາຍໃນວິທະຍາໄລ;
11.
ວາງແຜນຮ່ວມມືດ້ານວິຊາການກັບຕ່າງປະເທດ,
ນໍາສະເຫນີຂັ້ນເທິງ ເພື່ອຂໍອະນຸມັດໂຄງການຮ່ວມມື ກັບຕ່າງປະເທດ ຕາມລະບຽບການ;
12.
ພັດທະນາ, ປັບປຸງຖານຂໍ້ມູນ
ແລະ ສະຖິຕິພະນັກງານ-ລັດຖະກອນ ແລະ ລັດຖະກອນຄູ ຂອງວິທະຍາໄລ;
13.
ສະຫຼຸບ ລາຍງານ ແຜນການເຄື່ອນໄຫວ ປະຈໍາອາທິດ, ປະຈໍາເດືອນ,
ປະຈໍາ 3 ເດືອນ, ປະຈໍາ 6 ເດືອນ ຕົ້ນປີ,
6 ເດືອນທ້າຍປີ ແລະ ປະຈໍາປີ ຂອງວິທະຍາໄລ;
14.
ປະສານສົມທົບກັບ ບັນດາພະແນກ,
ພາກວິຊາ ແລະ ພາກສ່ວນທີ່ອື່ນໆທີ່ຂຶ້ນກັບວິທະຍາໄລໃນ
ການຈັດຕັ້ງປະຕິບັດຫນ້າທີ່ວຽກງານ,
15.
ກວດກາ, ຕິດຕາມ ແລະ
ປະເມີນຜົນ ພ້ອມທັງສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານພາຍໃນ ພະແນກ
ໃຫ້ຄະນະອໍານວຍການ ແລະ ຂັ້ນເທິງຊາບ ໃນແຕ່ລະໄລຍະ;
16. ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍຂອງຄະນະອໍານວຍການວິທະຍາໄລ.